ຄຳຖາມ-ຄຳຕອບ ກ່ຽວກັບ BCEL ONE ທີ່ພົບເຫັນປະຈຳ

1. BCEL One ແມ່ນຫຍັງ?

BCEL One ແມ່ນລະບົບໂປຣແກຼມມືຖື ແລະ ເວັບໄຊທ໌ສຳລັບຜູ້ຖືບັດຂອງ ທຄຕລ ເພື່ອນຳໃຊ້ເຂົ້າສູ່ລະບົບບັນຊີບັດVisa ແລະ UnionPay. ນອກຈາກນີ້ BCEL One ຍັງໃຊ້ຊຳລະໃບບິນ, ໂອນເງິນ ແລະ ລະບົບອຳນວຍຄວາມສະດວກອື່ນໆ ທີ່ຈະຊ່ວຍໃຫ້ເຈົ້າຂອງບັດໄດ້ສາມາດບໍລິຫານ ແລະ ຕິດຕາມບັນຊີຂອງຕົນເອງໄດ້ຢ່າງສະດວກສະບາຍ.

2. ຂ້າພະເຈົ້າຈະລົງໂປຮແກຼມ BCEL One ໃນໂທລະສັບ Smartphone ໄດ້ແນວໃດ?

ທ່ານສາມາດລົງ BCEL One ໄດ້ຈາກ Play Store ຫຼື Apple Store ສໍາລັບ Android ແລະ iOS, ສ່ວນ Windows Phone ຈະສາມາດໃຊ້ໄດ້ໃນໄວໆນີ້

3. ຖ້າຫາກຂ້າພະເຈົ້າບໍ່ມີໂທລະສັບລະບົບ Smartphone?

ເນື່ອງຈາກໂປຮແກຼມ BCEL One ຍັງສາມາດໃຊ້ງານຜ່ານເວັບໄຊທ໌ (Internet). ສະນັ້ນ, ທ່ານສາມາດເຂົ້າສູ່ລະບົບໂດຍການນຳໃຊ້ ເວັບໄຊທ໌(Internet) ຜ່ານຄອມພິວເຕີ້.

4. ຂ້າພະເຈົ້າຈະລົງທະບຽນ BCEL One ໄດ້ແນວໃດ?

ທ່ານສາມາດຂຽນແບບຟອມສະໝັກຜ່ານລະບົບ Online ແລະ ນຳສົ່ງກັບພະນັກງານຢູ່ທີ່ໜ່ວຍບໍລິການລູກຄ້າທຸກສາຂາ

5. ຕ້ອງເສຍຄ່າໃຊ້ຈ່າຍຫຍັງບໍ່?

ປະຈຸບັນແມ່ນເປີດໃຫ້ສະໝັກຟີຣ

6. BCEL One ມີຄຸນສົມບັດຫຍັງແດ່?

BCEL ມີຄຸນສົມບັດຕ່າງໆເຊັ່ນ : ກວດເບິ່ງລາຍງານຂອງບັນຊີ, ລະບົບແຈ້ງເຕືອນທຸກການເຄື່ອນໄຫວແບບທັນທີ, ສາມາດກວດສອບວົງເງິນບັດ Credit, ໂອນເງິນ, ສຳລະຄ່າໃຊ້ຈ່າຍ, ເປີດ/ປິດການນຳໃຊ້ທຸລະກຳການເງິນຂອງບັດ Visa ທາງ Online.

7. ຄຳຖາມລັບໃຊ້ໄວ້ເຮັດຫຍັງ?

ຄຳຖາມລັບຈະໄດ້ຖຶກນຳໃຊ້ກັບບັນຊີຜູ້ໄດ້ຮັບຜົນປະໂຫຍດໃນກໍລະນີມີການສົ່ງເງິນຄືນ. ຂັ້ນຕອນນີ້ແມ່ນນອນຢູ່ໃນຄວາມປອດໄພເພື່ອລົດຄວາມສ່ຽງຕໍ່ຜູ້ນຳໃຊ້

8. ຂ້າພະເຈົ້າຄວນຈະເຮັດແນວໃດໃນຕອນທີ່ຂ້າພະເຈົ້າລືມຄຳຕອບຂອງຄຳຖາມລັບ?

ທ່ານຄວນຈະເຂົ້າມາສູນບໍລິການລູກຄ້າຢູ່ສາຂາໃດກໍ່ໄດ້ດ້ວຍຕົວທ່ານເອງເພື່ອກວດສອບບັດປະຈຳຕົວ ແລະ ທຳການຕັ້ງຄຳຖາມລັບໃຫມ່. ສະນັ້ນ, ທ່ານຄວນຈະຮັກສາຄຳຖາມລັບຂອງທ່ານໄວ້ໃຫ້ດີເພື່ອຊ່ວຍໃຫ້ທ່ານບໍ່ເສຍເວລາເຂົ້າມາປ່ຽນຄຳຖາມລັບໃນອານາຄົດ

9. ຂ້າພະເຈົ້າຄວນຈະເຮັດແນວໃດເມື່ອໜ້າຈໍສະແດງຄຳວ່າ “Incorrect Device” ຢູ່ຂັ້ນຕອນການເຂົ້າລະບົບ?

ຮູບແບບການເຂົ້າສູ່ລະບົບແມ່ນໄດ້ຕັ້ງໄວ້ເປັນຄວາມປອດໄພຂັ້ນສູງສຸດໂດຍອີງຕາມການນຳໃຊ້ໂທລະສັບມືຖືໄດ້ເທື່ອລະເຄື່ອງເທົ່ານັ້ນເພື່ອເຂົ້າສູ່ລະບົບບັນຊີຂອງທ່ານ. ທ່ານບໍ່ສາມາດເຂົ້າສູ່ໂປຣແກຼມ BCEL One ຂອງທ່ານຜ່ານອຸປະກອນອື່ນໆເຊັ່ນ ໂທລະສັບມືຖື ຫຼື ຄອມພິວເຕີ້. ຖ້າຫາກທ່ານຕ້ອງການປົດລ໋ອກອຸປະກອນຂອງທ່ານ ແລະ ລົດຄວາມປອດໄພຂອງທ່ານລົງ, ທ່ານສາມາດເຂົ້າມາພົວພັນກັບສູນບໍລິການເຮົາໄດ້.

10. ຂ້າພະເຈົ້າຄວນຈະເຮັດແນວໃດເມື່ອໜ້າຈໍສະແດງຄຳວ່າ “Account Lock” ຢູ່ຂັ້ນຕອນການເຂົ້າລະບົບ?

ໃນກໍລະນີນີ້, ລະບົບລະບຸວ່າບັນຊີຂອງທ່ານຖືກລະງັບເພາະການໃສ່ລະຫັດຜ່ານຜິດຫຼາຍເທື່ອ. ທ່ານຄວນເຂົ້າມາພົບສູນບໍລິການລູກຄ້າຢູ່ສາຂາ.

11. ລະບົບປະຕິບັດການ ຫຼື web browser ໃດທີ່ທຳງານດີສຸດກັບຄຸນສົມບັດ BCEL One?

ຮູບແບບ Browser ຫຼ້າສຸດໃດກໍ່ໄດ້ເຊັ່ນ : Chrome, Firefox, Safari ແລະ IE ກໍ່ສາມາດໃຊ້ກັບ BCEL One.