ເງື່ອນໄຂການນໍາໃຊ້ BCEL One

ຂໍ້ຕົກລົງສຳລັບຜູ້ນຳໃຊ້

ຂໍ້ຕົກລົງສຳລັບຜູ້ນຳໃຊ້ສະບັບນີ້ (ຂໍ້ຕົກລົງ) ແມ່ນນຳໃຊ້ສະເພາະແຕ່ກໍລະນີທີ່ທ່ານ ນຳໃຊ້ ຜະລິດຕະພັນ BCEL One ແລະ ໂປຣແກຣມການໃຊ້ງານ ທາງມືຖື/ເວັບໄຊທ໌ ຂອງທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ). ຂໍ້ຕົກລົງນີ້ ເປັນຂໍ້ຜູກພັນທາງກົດໝາຍລະຫວ່າງທ່ານ ແລະ ທຄຕລ (ຜູ້ອະນຸຍາດ) ແລະ ໃຊ້ເປັນສິ່ງເພີ່ມເຕີມເຂົ້າໃນແບບຟອມລົງທະບຽນ (ຂໍ້ຕົກລົງເບື້ອງຕົ້ນ) ທີ່ທ່ານ ໄດ້ຕົກລົງກ່ອນໜ້ານີ້ແລ້ວໃນເວລາລົງທະບຽນນຳໃຊ້ BCEL One. ໃນຂໍ້ຕົກລົງນີ້ ຄຳວ່າ “ພວກເຮົາ” ຫຼື “ຂອງພວກເຮົາ” ໝາຍເຖິງ ທຄຕລ. ໃນການຕິດຕັ້ງນີ້ ທ່ານເຫັນດີທີ່ຈະຮັບເອົາເງື່ອນໄຂຂອງຂໍ້ຕົກລົງສະບັບ ນີ້. ກໍລະນີທີ່ເງື່ອນໄຂຂອງຂໍ້ຕົກລົງເບື້ອງຕົ້ນ ແລະ ຂໍ້ຕົກລົງສະບັບນີ້ ບໍ່ສອດຄ່ອງກັນ, ແມ່ນໃຫ້ຖືເອົາຕາມ ເງື່ອນໄຂທີ່ກຳນົດໄວ້ໃນ ຂໍ້ຕົກລົງນີ້.

ຄຳວ່າ ທ່ານ ຫຼື ຂອງທ່ານ ໝາຍເຖິງລູກຄ້າທີ່ໄດ້ຮັບສິດນຳໃຊ້ ພາຍໃຕ້ຂໍ້ຕົກລົງສະບັບນີ້.

1. ການໃຫ້ສິດນຳໃຊ້

ຜູ້ອະນຸຍາດ ໄດ້ອະນຸຍາດໃຫ້ທ່ານ ນຳໃຊ້ແບບບໍ່ເປັນເອກະສິດ, ໂອນຕໍ່ບໍ່ໄດ້ ແລະ ຈຳກັດສະເພາະ ບຸກຄົນ ເພື່ອຕິດຕັ້ງ ແລະ ນຳໃຊ້ໂປຣແກຣມການໃຊ້ງານໃນໂທລະສັບມືຖືຂອງທ່ານສຳລັບ ການໃຊ້ສ່ວນບຸຄົນ. ການຕິດຕັ້ງດັ່ງກ່າວ ຕ້ອງດຳເນີນຢູ່ໃນ ສປປ ລາວ. ທ່ານຕ້ອງບໍ່ອະນຸຍາດໃຫ້ ຝ່າຍທີ່ສາມ ເພື່ອ: (ກ) ແຍກ, ປີ້ນຄືນທາງວິສະວະກຳ, ມ້າງເພ, ພະຍາຍາມເອົາລະຫັດ (Source Code), ຫຼື ດັດແປງໂປຣແກຣມການໃຊ້ງານ, ຫຼື ນຳໃຊ້ໂປຣແກຣມການໃຊ້ງານນີ້ ເພື່ອ ພັດທະນາໂປຣແກຣມການໃຊ້ງານອື່ນທີ່ຄ້າຍຄືກັນ; (ຂ) ສຳເນົາເອົາໂປຣແກຣມການໃຊ້ງານ ເວັ້ນເສຍແຕ່ໄດ້ຮັບອະນຸຍາດຕາມທີ່ລະບຸໄວ້ໃນຂໍ້ຕົກລົງ; (ຄ) ແຈກຢາຍສິດນຳໃຊ້, ສົ່ງອອກ ຫຼື ຂາຍຕໍ່ໂປຣແກຣມການໃຊ້ງານ ຫຼື ໂອນສິດໃດໆ; (ງ) ກຳຈັດບັນດາເຄື່ອງໝາຍ ຫຼື ສັນຍາລັກ ທາງດ້ານຊັບສິນທາງປັນຍາທີ່ມີໃນໂປຣແກຣມການໃຊ້ງານອອກ; ຫຼື (ຈ) ນຳໃຊ້ສິດອື່ນໃດຕໍ່ໂປຣ ແກຣມ ການໃຊ້ງານ ທີ່ບໍ່ໄດ້ລະບຸໄວ້ໃນຂໍ້ຕົກລົງສະບັບນີ້.

2. ກຳມະສິດຂອງໂປຣແກຣມໃຊ້ງານ

ຜູ້ອະນຸຍາດເປັນເຈົ້າຂອງສິດທັງໝົດ, ເຈົ້າກຳມະສິດ, ແລະ ຜົນປະໂຫຍດຈາກໂປຣແກຣມການ ໃຊ້ງານ. ບໍ່ມີການອະນຸຍາດ ຫຼື ໃຫ້ສິດອື່ນໃດໃນໂປຣແກຣມການໃຊ້ງານນີ້ແກ່ທ່ານ ນອກເໜືອຈາກ ສິດທີ່ກຳນົດໄວ້ສະເພາະຕາມຂໍ້ຕົກລົງນີ້.

3. ການຍິນຍອມໃຫ້ນຳໃຊ້ຂໍ້ມູນ

ທ່ານເຫັນດີໃຫ້ຜູ້ອະນຸຍາດເກັບກຳ ແລະ ນຳໃຊ້ຂໍ້ມູນທາງວິຊາການ ແລະ ຂໍ້ມູນກ່ຽວຂ້ອງອື່ນໆ ລວມທັງຂໍ້ມູນທາງວິຊາການກ່ຽວກັບອຸປະກອນການໃຊ້ງານຂອງທ່ານ, ລະບົບ ແລະ ບັນດາໂປຣ ແກຣມການໃຊ້ງານຫຼັກຫຼືຕົວປະກອບ ຊຶ່ງຈະມີການເກັບເປັນແຕ່ລະໄລຍະ ເພື່ອອຳນວຍຄວາມ ສະດວກໃນການສະໜອງການປັບປຸງ, ຄວາມຊ່ວຍເຫຼືອໃນຜະລິດຕະພັນ, ການປ້ອງກັນການປອມ ແປງ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງກັບໂປຣແກຣມການໃຊ້ງານໃຫ້ແກ່ທ່ານ (ຖ້າມີ). ຜູ້ອະນຸຍາດ ອາດຈະນຳໃຊ້ຂໍ້ມູນດັ່ງກ່າວ ເພື່ອປັບປຸງຜະລິດຕະພັນຂອງຕົນເອງ ຫຼື ເພື່ອສະໜອງ ການບໍລິການ ຫຼື ເຕັກໂນໂລຊີຕ່າງໆໃຫ້ແກ່ທ່ານ.

4. ການຍົກເລີກ

ຂໍ້ຕົກລົງນີ້ມີຜົນບັງຄັບໃຊ້ຈົນກວ່າຈະຖືກຍົກເລີກໂດຍທ່ານ ຫຼື ຜູ້ອະນຸຍາດ. ຜູ້ອະນຸຍາດ ສາມາດ ຍົກເລີກການໃຫ້ສິດນຳໃຊ້ໄດ້ທຸກເວລາດ້ວຍເຫດຜົນຕ່າງໆ. ສິດຂອງທ່ານພາຍໃຕ້ຂໍ້ຕົກລົງນີ້ ຈະຖືກຍົກເລີກທັນທີ ເມື່ອທ່ານລະເມີດເງື່ອນໄຂຂອງຂໍ້ຕົກລົງນີ້. ເມື່ອມີການຍົກເລີກ ທ່ານຕ້ອງ ຢຸດນຳໃຊ້ໂປຣແກຣມການໃຊ້ງານນີ້ໃນທັນທີທັນໃດ ແລະ ກຳຈັດທຸກສຳເນົາຂອງໂປຣແກຣມ ການໃຊ້ງານນີ້.

5. ຄຳປະຕິເສດການຮັບປະກັນ

ທ່ານເຂົ້າໃຈ ແລະ ເຫັນດີວ່າໂປຣແກຣມການໃຊ້ງານນີ້ ແມ່ນຖືກສະໜອງໃຫ້ບົນພື້ນຖານ ຄວາມເປັນຈິງຂອງມັນ ໂດຍປາສະຈາກການຮັບປະກັນບໍ່ວ່າຮູບແບບໃດໆ ແລະ ຜູ້ອະນຸຍາດ ປະຕິເສດທຸກການຮັບປະກັນ ແລະ ສະພາບຂອງໂປຣແກຣມການໃຊ້ງານ ເຖິງວ່າຈະຖືກກຳນົດໄວ້, ມີຄວາມໝາຍເຖິງ ຫຼື ເປັນຂໍ້ບັງຄັບຕາມກົດໝາຍ ຊຶ່ງລວມທັງການຮັບປະກັນສຳລັບການວາງ ຈຳໜ່າຍໃນຕະຫຼາດ, ການຕອບສະໜອງຕໍ່ຈຸດປະສົງໃດໜຶ່ງ ແລະ ການບໍ່ລະເມີດສິດ. ຜູ້ອະນຸຍາດ ບໍ່ຮັບປະກັນຕໍ່ຄວາມຂັດຂ້ອງໃນລະຫວ່າງການນຳໃຊ້ໂປຣແກຣມການໃຊ້ງານຂອງທ່ານ ວ່າໜ້າທີ່ ຂອງໂປຣແກຣມ, ບໍລິການທີ່ດຳເນີນ ຫຼື ສະໜອງໃຫ້ຈາກໂປຣແກຣມນັ້ນຈະສາມາດຕອບສະໜອງ ຄວາມຕ້ອງການຂອງທ່ານ, ຫຼືວ່າການດຳເນີນງານຂອງໂປຣແກຣມ ຈະບໍ່ຂັດຂ້ອງ ຫຼື ປາສະຈາກ ການຜິດພາດ, ຫຼືວ່າຂໍ້ບົກພ່ອງໃນໂປຣແກຣມການໃຊ້ງານຈະຖືກແກ້ໄຂ.

6. ການຈຳກັດຄວາມຮັບຜິດຊອບ

ອີງຕາມຂອບເຂດສູງສຸດເທົ່າທີ່ກົດໝາຍກ່ຽວຂ້ອງອະນຸຍາດໃຫ້, ຜູ້ອະນຸຍາດ ຈະບໍ່ຮັບຜິດຊອບຕໍ່ ການສູນເສຍໃດໆ, ການເສຍຫາຍ ຫຼື ການບາດເຈັບ ຫຼື ຕໍ່ການເສຍຫາຍທາງກົງ, ທາງອ້ອມ, ພິເສດ, ບັງເອີນ, ເປັນຕົວຢ່າງ ຫຼື ເປັນຜົນສືບເນື່ອງ ຊຶ່ງລວມທັງການສູນເສຍກຳໄລ ທີ່ເກີດຈາກ ຫຼື ກ່ຽວພັນກັບໂປຣແກຣມການໃຊ້ງານ ແລະ/ຫຼື ການຕິດຕັ້ງ ຫຼື ການບຳລຸງຮັກສາໂປຣແກຣມ ການໃຊ້ງານດັ່ງກ່າວ, ຄວາມຫຼົ້ມເຫຼວຂອງອຸປະກອນອີເລັກໂທຣນິກ ຫຼື ເຄື່ອງຈັກ, ສິ່ງຜິດພາດ, configuration ຫຼື ບັນຫາທີ່ເກີດຈາກລະບົບບໍ່ເຂົ້າກັນ (Incompatibility) ຫຼື ຄວາມຊັກຊ້າ ໃນລະບົບຄອມພິວເຕີ ຫຼື ເຄືອຂ່າຍການສື່ສານ, ຫຼື ບັນຫາອື່ນໆທີ່ທ່ານປະສົບອັນເນື່ອງຈາກສາເຫດ ທີ່ຢູ່ນອກເໜືອ ການຄວບຄຸມຂອງພວກເຮົາ.